ຜາສາດຫີນວັດພູ
ທີ່ແຂວງຈຳປາສັກ
ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບ ປະເທດກຳປູເຈຍ ຫ່າງ ຈາກອັງກໍວັດປະມານ 200 ກິໂລແມັດ
ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ.
ວັດພູຈຳປາສັກ ໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກ ຈາກອົງການ ຢູເນສໂກ (UNESCO). ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ
ທີ່ມີສິດເກົ່າແກ່ ຊຶ່ງເປັນ ອາຄານກົກເຄົ້າ ສ້າງຂື້ນໃນ ສັດຕະວັດທີ 6, ຈາກນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາ
ຈົນມາເຖິງສັດຕະວັດທີ 15. ວັດພູ
ເປັນບູຮານສະຖານທີ່ໄດ້ອິດທິພົນ ທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ
ແລະ ພຸດ ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນ ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້
ບໍ່ວ່າຈະເປັນຮິດ ຄອງ ຫຼື ການເຊື່ອຖື.
ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດ
ປະຈຸບັນ ຂອງວັດພູ ທີ່ເລີ່ມສ້າງມາແຕ່ ຈ.ສ 1000 ກໍ່ຄື:
ສິລະປະຂອງຮິນດູ,ໂດຍມີການເຊື່ອ
ຖືເທບພະເຈົ້າຂອງສາສະໜາອິນດູ ຈາກປະກົດການທຳມະຊາດພູເກົ້າ ຊຶ່ງເປັນຈຸດປະກາຍຫຼັກ ໃນການມາສ້າງວັດພູ.
ສ່ວນປະ ກອບຂອງວັດມີຮູບຊົງໄຕຣມູມ, ເປັນລຳດັບ
ຄືມີການຄິດໄລ່ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າ
ທີ່ສົ່ງນໍ້າສັກສິດ ຍາວຢຽດອອກໄປເຖິງ 10 ກິໂລແມັດ
ທີ່ສ້າງດ້ວຍຜູ້ຄົນ ໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດ
ຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວ.ປັດໃຈ ອື່ນກ່ຽວກັບການມີອຳນາດແຊກແຊງ ລັດຖິອິນດູ
ແລະ ການເລືອກສະຖານທີ່ສ້າງວັດພູ ແມ່ນເລືອກເອົາເສັ້ນຂະໜານທິດຕາ
ເວັນອອກ-ຕາເວັນຕົກ ເປັນຫຼັກ,ເຊັ່ນດຽວກັນກັບຈອມພູເກົ້າ
ຊຶ່ງປະກອບກັບປະກົດການທາງທຳມະຊາດ ຮ່ວມກັບແນວຄິດຂອງ ພຣະສີວະ
ສາສະໜາອິນດູ.ການຖືຕາເວັນຂື້ນ ກໍ່ມີຄວາມກ່ຽວພັນກັບພຣະສີວະ, ດັ່ງນັ້ນມັນຈື່ງໄດ້ເກີດມີການເລືອກທິດທາງ ໃຫ້ມັນໄປລວງດຽວກັບທິດຕາເວັນອອກ-ຕາເວັນຕົກ.
ຫຼັງຈາກຫຼາຍສັດຕະວັດ ຂອງການລີ້ຊ້ອນຢູ່ໃນຄວາມຊຸດໂຊມ, ຖືກປົກປິດໄວ້ຢູ່ໃນປ່າ,ນັກສຳຫຼວດທາງຊາວຝຣັ່ງ, ທ່ານ
ອອງ ຣີ ປາກມອງຈີເອ,ຈຶ່ງໄດ້ຄົ້ນພົບ
ວັດພູຄືນອີກໃນປີ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້
ແລ້ວ,ອີກຄັ້ງໜື່ງ ແລະ ກໍ່ມິດ
ງຽບຫາຍໄປ ໂດຍຄວາມບໍ່ໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທື່ອໃໝ່
ໃນກາງປີ 1980 ເວລາທີ່ອົງ ການ
ຢູເນັດສໂກ(UNESCO) ໄດ້ເລີ່ມຕົ້ນລົງໄປສຳຫຼວດ
ດ້ານບູຮານສະຖານ ຂອງສະຖານທີ່ແຫ່ງນີ້.ການລົງສຳຫຼວດໃນ ເທື່ອນີ້
ໄດ້ນຳໄປສູ່ການຈົດບັນທຶກເຂົ້າ ເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງກົດໝາຍວ່າດ້ວຍ
ມໍລະດົກທີ່ໄດ້ສ້າງຂື້ນ, ຊຶ່ງມີ ເນື້ອໃນວ່າດ້ວຍການປົກປັກຮັກສາບູລະນະ ອະນຸຮັກສະຖານທີ່ນີ້ໄວ້
ໃນປີ 2001.
ຜາສາດຫິນວັດພູແບ່ງອອກເປັນ
3 ສ່ວນຄື:
I ປາສາດຊັ້ນລຸ່ມ
II ຜາສາດຊັ້ນກາງ
III
ປາສາດຊັ້ນເທິງ
ເມື່ອຜ່ານທະວານບານເຖິງ